
ນີ້ແມ່ນເພື່ອພວກເຮົາທຸກຄົນ
ໃນປະເທດສະຫະຣັດອາເມຣິກາ, ຊຸມຊົນຂອງຊາວອາຟຣິກັນອາເມຣິກັນ ແລະ ຊາວລາຕິນໂນ ໄດ້ຮັບຜົນກະທົບຈາກການລະບາດໃຫຍ່ ໂຄວິດ-19 ຢ່າງຮ້າຍແຮງກວ່າຊຸມຊົນອື່ນໆ. ຫຼາຍຄົນເຮົາໄດ້ເສຍສຸຂະພາບ, ເສຍການງານ, ແລະເສຍຄົນຮັກຂອງເຮົາ ໃນປີທີ່ຜ່ານມາທີ່ແສນຍາກລຳບາກ. ໃນເມືອງແອລຈິນນີ້, ພວກເຮົາຢາກສ້າງຄວາມໝັ້ນໃຈວ່າ ຄອບຄົວຊາວອາຟຣິກັນອາເມຣິກັນ, ຊາວລາຕິນໂນ, ແລະຊາວລາວ ໄດ້ຮັບຂໍ້ມູນຄົບຖ້ວນທີ່ກ່ຽວກັບການສັກຢາປ້ອງກັນ (ວັກຊີນ). ເຖິງເວລາທີ່ເຮົາຄວນຮັກສາຕົວເຮົາເອງແລ້ວ.
ຖ້າຫາກທ່ານມີຄຳຖາມ, ບໍ່ເປັນຫຍັງ! ຈົ່ງຮູ້ໄວ້ວ່າ ຍັງມີຄົນທີ່ພ້ອມທີ່ຈະຊ່ວຍເຫຼືອທ່ານສະເໝີ!



The Eastside Recreation Center site is now closed. Scroll down for more options!












YWCA
ເຂົ້າເວັບໄຊທ໌: http://www.ywcaelgin.org/our-work/covid-19/

ຫໍສະໝຸດ Gail Borden
ເຂົ້າເວັບໄຊທ໌: www.gailborden.info/covidhelp/

Ecker Center Promotoras

ກົດສະຖານທີ່ແຫ່ງໜຶ່ງຢູ່ເບື້ອງລ່າງນີ້ ສຳລັບຂໍ່ມູນກ່ຽວກັບການສັກວັກຊີນ ໂຄວິດ-19 ສະເພາະສະຖານທີ່ແຫ່ງນັ້ນ.

Advocate Sherman Hospital
1425 N Randall Rd, Elgin, IL 60123
(847) 742-9800

Greater Family Health
(844) 599-3700

VNA Health Care
(630) 892-4355

St. Joseph Hospital
847.695.3200

ຂ້ອຍຮູ້ສຶກກັງວົນກັບການສັກວັກຊີນ.
ມັນເບິ່ງຄື່ວ່າໄວເກີນໄປໂພດ. ວັກຊີນນີ້ ຜະລິດໄວຂະໜາດນີ້ ໄດ້ຈັງໃດ?
- ນັກວິທະຍາສາດແລະຜູ້ຊ່ຽວຊານທາງດ້ານສາທາລະນະສຸກທົ່ວໂລກ ຮ່ວມມືກັນຕັ້ງໃຈຜະລິດວັກຊີນໃນເວລາດຽວກັນ. ເຫດການດັ່ງນີ້ບໍ່ເຄີຍມີມາໃນປະຫວັກສາດຂອງເຮົາເລີຍ. ບໍລິສັດຕ່າງໆ ຜະລິດຫຼາຍລ້ານເຂັມສັກວັກຊີນ ໃນຂະນະດຽວກັນກັບຊ່ວງເວລາທີ່ມີການທົດລອງທາງດ້ານການຊ່ວຍ--ໂດຍວິທີນີ້ ພວກເຮົາຈຶ່ງບໍ່ຈຳເປັນຕ້ອງຖ້າການຜະລິດວັກຊີນ ຈົນກວ່າການທົດລອງທາງດ້ານການຊ່ວຍສິ້ນສຸດກ່ອນ.
- ນັກວິທະຍາສາດບໍ່ໄດ້ເລີ່ມຕົ້ນໂດຍບໍ່ມີຫຍັງເລີຍ. ພວກເຂົາໃຊ້ຄວາມຮູ້ຈາກການລະບາດໃຫຍ່ ເຊື້ອໄວຣັສໂຄໂຣນາອື່ນໆ ໃນອະດີດ ເຊັ່ນ SARS ໃນປີ 2003 ແລະ MERS ໃນປີ 2012 ໃນການເຂົ້າໃຈດ້ານວິທະຍາສາດເບື້ອງຫຼັງຂອງຂະບວນການຂອງວັກຊີນ ໂຄວິດ-19.
ວັກຊີນ ໂຄວິດ-19 ເຮັດງານດີປານໃດ?
ວັກຊີນ ໂຄວິດ-19 ປອດໄພບໍ?
ຕໍ່ຈາກການທົບທວນຄວາມປອດໄພ, ທັງ FDA ແລະ CDC ໄດ້ແນະນຳວ່າ ເຂັມດຽວຂອງວັກຊີນ Johnson & Johnson ຄວນນຳມາໃຊ້ໄດ້ເໝືອນເດີມ. ການໃຊ້ວັກຊີນຂອງ Johnson & Johnson ຖືກຍົກເລີກຊົ່ວຄາວ ເພື່ອໃຫ້ນັກວິທະຍາສາດສຶກສາ ເຫດການທີ່ 15 ຄົນ ມີອາການເລືອດກ້າມ ໃນຈຳນວນ 8 ລ້ານຄົນ ທີ່ໄດ້ຮັບວັກຊີນນັ້ນແລ້ວ. ຫຼັງຈາກການທົບທວນນີ້ ນັກວິທະຍາສາດເຊື່ອວ່າຜົນປະໂຫຍດທີ່ອາດຈະປົກປ້ອງຊີວິດປວງຊົນໄດ້ ຂອງວັກຊີນ Johnson & Johnson ເກີນດຸນຄວາມສ່ຽງທີ່ຮູ້ວ່າມີ ຫຼືຄວາມສ່ຽງທີ່ອາດເປັນໄປໄດ້. ນັກວິທະຍາສາດແລະທ່ານໝໍເກັ່ງໆ ໝັ້ນໃຈວ່າ ວັກຊີນນີ້ປອດໄພດີແລະມີປະສິດທິພາບໃນການສະກັດກັ້ນ ໂຄວິດ-19. ສິ່ງສຳຄັນທີ່ເຮົາຄວນຈື່ໄວ້ ແມ່ນການສ່ຽງກັບຜົນຂ້າງຄຽງແບບມີເລືອດກ້າມນັ້ນ ຈະຕໍ່າກວ່າ 1% ແຕ່ການສ່ຽງກັບຜົນຂ້າງຄຽງແບບມີເລືອດກ້າມ ຈາກການຕິດເຊື້ອ ໂຄວິດ-19 ຈະສູງກວ່າ 16.5%. ຂໍ້ມູນນີ້ແມ່ນສ່ວນໜຶ່ງຂອງເຫດຜົນທີ່ CDC ແລະ FDA ແນະນຳໃຫ້ພວກເຮົານຳເອົາວັກຊີນມາໃຊ້ອີກເໝືອນເດີມ.
ສະຖານທີ່ສ່ວນຫຼາຍມີວັກຊີນທັງສາມໃຫ້ສັກ: Pfizer, Moderna ແລະ Johnson & Johnson. ທ່ານສາມາດເລືອກວ່າທ່ານຢາກສັກວັກຊີນແບບໃດລ່ວງໜ້າ ຕອນທີ່ທ່ານນັດໄປສັກວັກຊີນ.
ວັກຊີນແບບໃດ ດີທີ່ສຸດ?
ວັກຊີນອາດຈະມີຜົນຂ້າງຄຽງຫຍັງແດ່?
- ອາການເມື່ອຍເພຍ ແລະ ປວດຫົວ
- ອາການປວດກ້າມເນື້ອ ຫຼື ຄໍ່ກະດູກ
- ອາການເປັນໄຂ້ ປວດຄີງ ຫຼືໃຄ່ບວມຢູ່ບ່ອນຈຸດສັກນັ້ນ (ຢູ່ແຂນເທິງ)
ຄົນສ່ວນຫຼາຍລາຍງານວ່າຜົນຂ້າງຄຽງ ຈະສັງເກດເຫັນໄດ້ຫຼາຍກວ່າ ຕອນສັກວັກຊີນເຂັມທີ່ສອງ (ຖ້າເຮົາເລືອກສັກຢາວັກຊີນທີ່ຕ້ອງສັກສອງເຂັມ). ທຸກຜົນຂ້າງຄຽງຈະຫາຍໄປພາຍໃນມື້ໜຶ່ງສອງມື້.